• ລາຍງານກ່ຽວກັບຄ່າໄປພົບໝໍຊ່ຽວຊານ
    Jul 2 2025
    ລາຍງານຈາກສະຖາບັນ Grattan ກ່າວວ່າ ຜູ້ຊ່ຽວຊານບາງຄົນໃນພາກເອກກະຊົນ ເກັບເງິນຈາກຄົນໄຂ້ ສອງເຖິງສາມເທົ່າ ຫລາຍກວ່າອັດຕາທີ່ Medicare ກໍານົດໄວ້ ສໍາລັບການບໍຣິການເຫລົ່ານັ້ນ. ລາຍງານຍັງພົບວ່າ ຄ່າການປິ່ນປົວທີ່ສູງ ໄດ້ເຮັດໃຫ້ຊາວອອສເຕຣເລັຍ ເກືອບສອງລ້ານຄົນ ຊັກຊ້າ ຫລືບໍ່ໄປຕາມນັດຫມາຍ ກັບທ່ານຫມໍຜູ້ຊ່ຽວຊານ.
    Show more Show less
    10 mins
  • ຄວາມຂັດແຍ່ງລະຫວ່າງ Israel ແລະ Iran.
    Jun 26 2025
    ການອົບພະຍົບ ຊາວອອສເຕຣເລັຍ ອອກຈາກຕາເວັນອອກກາງ ເນື່ອງຈາກ ຄວາມຂັດແຍ່ງ ລະຫວ່າງ Israel ແລະ Iran. ແຕ່ຕອນນີ້ ການອົບພະຍົບຈາກ ຍັງບໍ່ສາມາດເຮັດໄດ້ເທື່ອ. ທັງ Israel ແລະ Iran ກໍກ່າວຫາຊຶ່ງກັນແລະກັນໃນການລະເມີດ ສັນຍາຢຸດຍິງ.
    Show more Show less
    9 mins
  • How does media work in Australia? - ສື່ໃນອອສເຕຣເລັຍ ເຮັດວຽກແນວໃດ?
    Jun 25 2025
    A free, independent and diverse press is a fundamental pillar of democracy. Australia has two taxpayer-funded networks that serve the public interest (ABC and SBS), plus a variety of commercial and community media outlets. Although publicly funded media receives money from the government, it is unlike the state-sponsored outlets found overseas. - ສື່ທີ່ເສຣີ, ເປັນອິດສຣະ ແລະມີຄວາມແຕກຕ່າງກັນ ເປັນເສົາຫຼັກຂອງລະບອບປະຊາທິປະໄຕ. ອອສເຕຣເລັຍ ມີເຄືອຂ່າຍສອງແຫ່ງ ໃຫ້ບໍຣິການ ເພື່ອຜົນປໂຍດຂອງສັງຄົມ (ABC ແລະ SBS), ພ້ອມທັງສື່ທາງການຄ້າ (Commercial Media) ແລະສື່ສານຊຸມຊົນ. ເຖິງແມ່ນວ່າ ສື່ທີ່ໄດ້ຮັບເງິນຈາກຣັຖບານ, ແຕ່ມັນບໍ່ຄືກັນ ກັບສື່ທີ່ໄດ້ຮັບການສນັບ ສນູນຈາກຣັດ ທີ່ພົບໃນຕ່າງປະເທດ.
    Show more Show less
    17 mins
  • ການໂຈມຕີຢູ່ໂບດ Greek Orthodox ໃນ Syria.
    Jun 25 2025
    ມີຜູ້ລະເບີດຂ້າຕົວຕາຍ ໄດ້ໂຈມຕີໂບດ Greek Orthodox ທີ່ເຕັມໄປດ້ວຍຄົນ ໃນເມືອງ Damascus, ເຮັດໃຫ້ຄົນເສັຍຊີວິດ ຢ່າງຫນ້ອຍ 20 ຄົນແລະໄດ້ຮັບບາດເຈັບ ຫລາຍກວ່າ 50 ຄົນ ໃນລະຫວ່າງພິທີທາງສາສນາ (Mass) ໃນວັນອາທິດ ທີ່ໂບດ Mar Elias ໃນເມືອງ Dweila, ຊຶ່ງເປັນເຂດອາສັຍຢູ່ນອກເມືອງ. ຜູ້ນຳສາສນາ ກ່າວຫາຣັຖບານໃຫມ່ຂອງ Syria ວ່າບໍ່ສາມາດປົກປ້ອງປະຊາຊົນຂອງຕົນ.
    Show more Show less
    7 mins
  • ຄວາມຂັດແຍ່ງລະຫວ່າງ Israel ແລະ Iran (SAT 2106 RNF)
    Jun 23 2025
    ຄວາມເຄັ່ງຕຶງໃນຕາເວັນອອກກາງໄດ້ເພີ່ມຄວາມຮຸນແຮງຂຶ້ນ ເມື່ອ Israel ແລະ Iran ໄດ້ເປີສາກການສູ້ຣົບຕໍ່ກັນ. ຕ່າງຝ່າຍກໍປະນາມການເຮັດໃຫ້ປະຊົນເສັຍຊີວິດ ພ້ອມທັງຄວາມເສັຍຫາຍຂອງໂຄງສ້ງພື້ນຖານ. ສະຫະປະຊາຊາດກ່າວວ່າ ການໂຈມຕີຂອງ Israel ໄດ້ຂ້າຄົນຫລາຍກວ່າ400 ຄົນ ທີ່ຕ້ອງການຄວາມຊ່ອຍເຫລືອ ໃນຫລາຍອາທິດຜ່ານມານີ້.
    Show more Show less
    12 mins
  • ການທົບທວນສົນທິສັນຍາ AUKUS
    Jun 17 2025
    ອາເມຣິກາ ກຳລັງທົບທວນຂໍ້ຕົກລົງ ທາງທະຫານ AUKUS, ຊຶ່ງອາດສົ່ງຜົນກະທົບ ຕໍ່ການເຂົ້າເຖິງເຮືອມຸດນ້ຳນິວເຄລັຍ ຂອງອອສເຕຣເລັຍ. ຜູ້ຊ່ຽວຊານຫຼາຍຄົນກໍກ່າວວ່າ ອອສເຕຣເລັຍຄວນ ປ່ຽນແນວຄິດກ່ຽວກັບສັນຍານີ້ຄືກັນ.
    Show more Show less
    9 mins
  • ການປະທ້ວງຕໍ່ຕ້ານ ການຄວບຄຸມການຍ້າຍຖິ່ນຖານ.
    Jun 17 2025
    Donald Trump ກ່າວວ່າ ຜູ້ກໍ່ຄວາມບໍ່ສງົບ ທີ່ໄດ້ຮັບການສນັບສນູນ ຈາກຕ່າງປະເທດ ກໍາລັງກໍ່ໃຫ້ເກີດຄວາມວຸ້ນວາຍ ແລະສັນຍາວ່າ ຈະຟື້ນຟູຄວາມສງົບ ໂດຍໃຊ້ກຳລັງຖ້າຈໍາເປັນ. ແຕ່ຜູ້ຄັດຄ້ານເວົ້າວ່າ ຄ່າໃຊ້ຈ່າຍນັ້ນຄວນເອົາມາໃຊ້ໃນການຕຽມພ້ອມສຳລັບ World Cup ຈະດີກວ່າ.
    Show more Show less
    11 mins
  • ຄຳສັ່ງສານກ່ຽວກັບການໃຊ້ທະຫານຂອງ Trump
    Jun 17 2025
    ຜູ້ພິພາກສາ ຣັຖບານກາງ ຂອງສະຫະຣັດອາເມຣິກາ ໄດ້ອອກຄໍາສັ່ງຫ້າມຊົ່ວຄາວ ທີ່ສັ່ງໃຫ້ປະທານາທິບໍດີ Donald Trump ຄືນການຄວບຄຸມ ກອງກຳລັງປ້ອງກັນຊາດ (National Guard) ໃຫ້ແກ່ຣັດ California. ຄໍາສັ່ງນັ້ນກ່າວວ່າ ການໃຊ້ກອງກຳລັງ ເປັນສິ່ງຜິດກົດຫມາຍ, ລະເມີດກົດທີສິບ ຂອງຣັຖທັມມະນູນ ແລະເກີນອໍານາດຕາມກົດຫມາຍ ຂອງTrump.
    Show more Show less
    8 mins